ສະຫມັກສະມາຊິກ
ສະຫມັກສະມາຊິກ
nth
                   Ads

ຫຼວງພະບາງ ເມືອງມໍລະດົກໂລກຂອງລາວ ປາຍທາງ ຂອງນັກທ່ອງທ່ຽວ ທີ່ມາທ່ຽວລາວ







ສຸກ, ວັນທີ 10 ມິຖຸນາ 2016, ເວລາ 16:00


ພາບຈາກ: laosculturaltours

         ຫຼວງພະບາງ ເປັນເມືອງເອກຂອງ ແຂວງຫຼວງພະບາງ ປະເທດລາວ ຕັ້ງຢູ່ທາງພາກເໜືອຂອງປະເທດ, ຕົວເມືອງຕັ້ງຢູ່ແຄມຝັ່ງແມ່ນໍ້າຂອງ ແລະ ແມ່ນໍ້າຄານ ທີ່ໄດ້ໄຫຼມາພົບພໍ້ກັນ. ເປັນເມືອງທີ່ອົງການ ຢູເນັສໂກ (UNESCO) ໄດ້ຍົກຍ້ອງໃຫ້ເປັນມໍລະດົກໂລກອີກດ້ວຍ.


ພາບຈາກ: guidethailande

          ຫຼວງພະບາງເປັນເມືອງເກົ່າແກ່ຂອງອານາຈັກລາວລ້ານຊ້າງ ຕັ້ງແຕ່ສະໄໝສະຖາປະນາອານາຈັກລາວລ້ານຊ້າງ ເຊິ່ງແຕ່ກ່ອນນັ້ນມີຊື່ວ່າ “ເມືອງຊວາ” ແລະ ເມື່ອ ພ.ສ 1300 ຂຸນລໍ ເຊິ່ງຖືວ່າເປັນປະຖົມມະກະສັດຂອງອານາຈັກລາວໃນແຕ່ກ່ອນ ໄດ້ສ້າງຕັ້ງເມືອງຊວາ ເປັນລາຊະທາ ນີຂອງອານາຈັກລາວລ້ານຊ້າງ ແລະ ໄດ້ປ່ຽນຊື່ໃໝ່ວ່າ “ຊຽງທອງ”.


ພາບຈາກ: justgola

          ເມື່ອເຈົ້າຟ້າງຸ່ມ (ພ.ສ 1896 – ພ.ສ 1916) ໄດ້ສະເດັດກັບມາຈາກກໍາປູເຈຍ ອັນເນື່ອງມາຈາກພະອົງ ແລະ ພະບິດາຕ້ອງໄດ້ລີ້ໄພ ເພາະໄດ້ຖືກຂັບໄລ່ຈາກກະສັດອົງກ່ອນ ເຈົ້າຟ້າງຸ່ມໄດ້ຮວບຮວມກຳລັງໃນຂະນະທີ່ຢູ່ທີ່ສຽມຫຼຽບ ແລະ ນຳທັບນັບເປັນພັນກຳລັງ ເພື່ອກອບກູ້ລາ ຊະບັນລັງກັບຄືນ ແລະ ໄດ້ສະຖາປະນາລາຊະອານາຈັກລາວລ້ານຊ້າງຂຶ້ນ ຕໍ່ມາໃນສະໄໝພະເຈົ້າໂພທິສາລະລາດ ພະອົງໄດ້ໄດ້ອັນເຊີນພະບາງ ເຊິ່ງແຕ່ກ່ອນປະດິດສັນຖານຢູ່ທີ່ເມືອງວຽງຄໍາ ຂຶ້ນມາປະດິດສັນຖານຢູ່ທີ່ເມືອງຊຽງທອງອັນເປັນນະຄອນຫຼວງຂອງອານາຈັກລາວລ້ານຊ້າງໃນສະ
ໄໝນັ້ນ ຫຼັງຈາກນັ້ນເປັນຕົ້ນມາເມືອງຊຽງທອງ ຈຶ່ງຖືກເອີ້ນວ່າ “ຫຼວງພະບາງ”.


ພາບຈາກ: greenwoodtravel

          ຫຼວງພະບາງໄດ້ຮັບການຂຶ້ນທະບຽນໃຫ້ເປັນມໍລະດົກໂລກດ້ວຍເຫດຜົນຄື: ມີວັດວາອາຮາມເກົ່າແກ່ເປັນຈໍານວນຫຼວງຫຼາຍ, ມີບ້ານເຮືອນ ອັນເປັເອກະລັກໂຄໂລນຽວສະໄຕລ, ຕົວເມືອງຕັ້ງຢູ່ແຄມແມ່ນໍ້າຂອງ ແລະ ນໍ້າຄານ ທີ່ໄດ້ໄຫຼມາພົບພໍ້ກັນ ພ້ອມເຮັດໃຫ້ເກີດພາບທຳ ມະຊາດທີ່ສວຍສົດງົດງາມ ແລະ ຊາວເມືອງຫຼວງພະບາງທີ່ມີບຸກຄະລິກທີ່ຍິ້ມແຍ້ມແຈ່ມໃສ, ເວົ້າຈາມ່ວນອອນຊອນ, ເປັນມິດ ແລະ ມີທຳນຽມ ຮີດຄອງປະເພນີທີ່ສວຍງາມຕັ້ງແຕ່ອະດີດ ຈົນເຖິງປະຈຸບັນ.


ພາບຈາກ: wikipedia

          ຫຼວງພະບາງມີແຫຼ່ງທ່ອງທ່ຽວທັງທາງດ້ານທຳມະຊາດ ແລະ ປະຫວັດສາດ. ບັນດາແຫຼ່ງທ່ອງທ່ຽວທາງມະຊາດທີ່ໄດ້ຮັບຄວາມນິຍົມປະກອບມີ: ນໍ້າຕົກຕາດກວາງຊີ ແລະ ຖໍ້າປາກອູ, ກິດຈະກຳຂີ່ຊ້າງໄປຢ້ຽມຊົມສະຖານທີ່ບາງແຫ່ງ, ພູສີ ເຊິ່ງຢູ່ໃຈກາງຂອງຕົວເມືອງ ທີ່ສາມາດແນມ ເຫັນທິວທັດຂອງຕົວເມືອງ ແລະ ແມ່ນໍ້າອີກດ້ວຍ.


ພາບຈາກ: hoteltravelnetcom

          ນອກນັ້ນ ຍັງມີຫຼາກຫຼາຍສະຖານທີ່ໃຫ້ເບິ່ງດວງອາທິດຕົກດິນ. ຢູ່ທີ່ສຸດທາງຂອງຫົນທາງຂອງຕົວເມືອງຫຼວງພະບາງແມ່ນຕະຫຼາດມືດ ທີ່ຂາຍ ຫຼາກຫຼາຍສິນຄ້າ ບໍ່ວ່າຈະເປັນເສື້ອຜ້າ, ປະລັກແຂນ ແລະ ຂອງຝາກຕ່າງໆ. ພະລາຊະວັງຫຼວງພະບາງ ແລະ ວັດຊຽງທອງ ເປັນສະຖານທີ່ທ່ອງທ່ຽວ ທາງດ້ານປະຫວັດສາດທີ່ມີສື່ສຽງທີ່ສຸດ. ນອກນັ້ນ ໃນຕອນເຊົ້າຂອງແຕ່ລະມື້ ຄູບາໄດ້ອອກມາບິນພະບາດຕາມຖະໜົນຂອງຫຼວງພະບາງ ເຊິ່ງເປັນ ພາບທີ່ຄຸ້ນຕາສຳລັບຫຼາຍຄົນ.


ພາບຈາກ: justgola


ທີ່ມາ: Wikipedia

ມ່ວນ ແລະ ມັກຫົວຂໍ້ນີ້ບໍ?
 


 

 

gotop

"ສະບາຍດີອາຊຽນ"
ບ້ານ ໂພນຕ້ອງສະຫວາດ, ເມືອງຈັນທະບູລີ, ນະຄອນຫຼວງ
ຕິດຕໍ່ ແລະ ສົນໃຈລົງໂຄສະນາກັບພວກເຮົາໄດ້ທີ່
ໂທ: +856 2028038267
ອີເມວ: sabaideeasean@gmail.com
www.sabaideeAsean.com © 2016    ຂໍສະຫງວນລິຂະສິດ
      ຕິດຕາມພວກເຮົາໄດ້ທີ່:   social media
 

facebook twitter instagram youtube
Free Web Hosting