ສະຫມັກສະມາຊິກ
ສະຫມັກສະມາຊິກ
nth
                   Ads

ວັດຊຽງຄວນ ວັດທີ່ທ່ານບໍ່ຄວນພາດທີ່ຈະໄປຢ້ຽມຊົມ







ສຸກ, ວັນທີ 10 ມິຖຸນາ 2016, ເວລາ 16:00


ພາບຈາກ: getaboutasia

          ວັດຊຽງຄວນ ຕັ້ງຢູ່ເທິງຝັ່ງແມ່ນ້ຳຂອງ ໃກ້ກັບຂົວມິດຕະພາບລາວ - ໄທ 1, ທາງໃຕ້ ຂອງເມືອງວຽງຈັນ 24 ກິໂລແມັດ. ​ທີ່ຕັ້ງຢູ່ເຂດບ້ານ ທ່າເດື່ອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເປັນແຫຼ່ງທ່ອງທ່ຽວທີ່ຮູ້ຈັກກັນແຜ່ຫຼາຍພໍສົມຄວນ ທັງໃກ້ ແລະ ໄກ, ມີນັກທ່ອງທ່ຽວເຂົ້າ ໄປທ່ຽວຊົມບໍ່ຂາດໄລຍະ, ສວນວັດທະນະທໍາຊຽງຄວນ ຫຼື ເອີ້ນໃນພາສາອັງກິດວ່າ Buddha park.


ພາບຈາກ: vietnamtourism

          ວັດຊຽງຄວນ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ ຄສ 1958 ໂດຍ ປູ່ບຸນເຫຼື່ອມ ສຸຣິຣັດ ເພື່ອເປັນອຸທະຍານອັນຢັ່ງຢາຍ ໄຮ້ລະບຽບຂອງຮູບປັ້ນກ່ວາ 200 ແບບ ທີ່ມີທັງຄົນ, ຜີ, ເທວະດາ, ພະສັດເດລະສານ ແລະ ອື່ນໆ. ໃນອະລິຍະບົດຕ່າງໆທັງໃນພິພົບແຫ່ງສະຫັວນ, ໂລກມະນຸດ ແລະ ນະລົກອະເວ ຈີ. ອັນປະສົມປະສານລະຫ່ວາງ ຄະຕິພຸດ ແລະ ຮີນດູ ເຊິ່ງບາງຢ່າງກໍ່ ແປກປະຫຼາດພິກົນ ພິການອະວິໄສ ຊວນເກີດຄວາມຮູ້ສຶກພິດສະວົງສົງໄສ, ທັງຊື່ນ ຊົມ, ເບື່ອໜ່າຍໜ້າສົມເພດເວທະນາ ປະປົນກັນ ຍາມເມື່ອໄດ້ຊົມ.


ພາບຈາກ: asiafuntrip


ທີ່ມາ: Wikipedia

ມ່ວນ ແລະ ມັກຫົວຂໍ້ນີ້ບໍ?
 


 

 

gotop

"ສະບາຍດີອາຊຽນ"
ບ້ານ ໂພນຕ້ອງສະຫວາດ, ເມືອງຈັນທະບູລີ, ນະຄອນຫຼວງ
ຕິດຕໍ່ ແລະ ສົນໃຈລົງໂຄສະນາກັບພວກເຮົາໄດ້ທີ່
ໂທ: +856 2028038267
ອີເມວ: sabaideeasean@gmail.com
www.sabaideeAsean.com © 2016    ຂໍສະຫງວນລິຂະສິດ
      ຕິດຕາມພວກເຮົາໄດ້ທີ່:   social media
 

facebook twitter instagram youtube
Free Web Hosting