ສະຫມັກສະມາຊິກ
ສະຫມັກສະມາຊິກ
nth
                   Ads

ທາດຫຼວງວຽງຈັນ ບູຮານສະຖານມິ່ງຂວັນຂອງປະຊາຊົນລາວກໍຄືຊາວພຸດທົ່ວປະເທດ







ສຸກ, ວັນທີ 10 ມິຖຸນາ 2016, ເວລາ 16:00 thatluang
ພາບຈາກ: flickr

          ພະທາດຫລວງ (Pra Thatluang) ຫລື ພຣະທາດຫລວງວຽງຈັນ ຕັ້ງຢູ່ສົ້ນສຸດ ທາງທິດຕາເວັນອອກຂອງຖະໜົນທາດຫຼວງ, ບ້ານ ທາດຫຼວງ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ. ເປັນປູຊະນິຍະສະຖານບູຮານອັນເປັນສັນຍະລັກຂອງປະເທດລາວ ແລະ ເປັນມິ່ງຂວັນຂອງປະ ຊາຊົນລາວກໍຄືຊາວພຸດທົ່ວທັງປະເທດ.
          ຕາມຕຳນານອຸລັງຄະທາດ, ພຣະທາດຫຼວງຖືກສ້າງຂຶ້ນເທື່ອທີໜຶ່ງໃນປີ ພ.ສ 236 (ກ່ອນ ຄ.ສ 307 ປີ) ສະໄໝສ້າງເມືອງວຽງຈັນ, ໂດຍພຣະເຈົ້າ ຈັນທະບຸຣີ ປະສິດທິຈັກ ພ້ອມດ້ວຍພຣະ ອໍຣະຫັນຫ້າອົງ (ພຣະສົງລາວ) ທີ່ກັບມາຈາກການສຶກສາທຳມະ ແລະ ໄດ້ນຳເອົາພຣະ ບໍຣົມມະທາດ (ກະດູກ) ຂອງພຣະພຸດທະເຈົ້າມາຈາກປະເທດອິນເດຍ.
ການສ້າງພຣະທາດຫຼວງເທື່ອທຳອິດນັ້ນພຽງແຕ່ກໍ່ເປັນອຸມຸງຫິນກວມພຣະ ບໍຣົມມະທາດເທົ່ານັ້ນ ແລະ ມີຮູບສີ່ລ່ຽມ, ກວ້າງດ້ານລະຫ້າວາ, ໜາສອງວາ ແລະ ສູງສີ່ວາສາມສອກ.


ພາບຈາກ: postjung

          ປີ ຄ.ສ 1566 ພາຍຫຼັງການຍ້າຍນະຄອນຫຼວງຈາກຫຼວງພຣະບາງລົງມາຕັ້ງຢູ່ວຽງຈັນ (ຄ.ສ 1560) ພຣະເຈົ້າໄຊຍະເສດຖາທິລາດ ໄດ້ກໍ່ສ້າງ ພຣະທາດຫຼວງເປັນເທື່ອທີສອງ ແລະ ໄດ້ສ້າງ ເປັນທາດໃຫຍ່ກວມອຸມຸງຫິນອັນເກົ່າ ເຊິ່ງມີພຣະທາດນ້ອຍສາມສິບອົງອ້ອມພຣະທາດໃຫຍ່, ເປັນບໍລິວານ ພ້ອມດ້ວຍກົມມະລຽນ ແລະ ຫໍໄຫວ້ທັງສີ່ທິດ. ໃນທາດນ້ອຍແຕ່ລະອົງນັ້ນເພິ່ນ ໄດ້ເອົາຄຳໜັກສີ່ບາດຫຼໍ່ເປັນທາດນ້ອຍໆ ບັນຈຸໄວ້ເຊິ່ງມີໃບລານທີ່ ເຮັດດ້ວຍຄຳຍາວສອກປາຍ (ສອກກຳ) ແລະ ຈາລຶກພາສາບາລີ ດ້ວຍອັກສອນທຳຮອງໄວ້ທຸກອົງ. ເມື່ອກໍ່ສ້າງສຳເລັດເພິ່ນໄດ້ໃສ່ຊື່ພຣະທາດວ່າ ”ພຣະເຈດີໂລກະຈຸລາມະນີ” ແຕ່ຄົນສ່ວນຫຼາຍມັກເອິ້ນວ່າ “ທາດຫຼວງ” ເຊິ່ງມີ ຄວາມໝາຍວ່າ ທາດທີ່ໃຫຍ່. ພາຍຫຼັງສ້າງສຳເລັດລົງໃນປີ ຄ.ສ 1570 ຍັງບໍ່ທັນໄດ້ສະຫຼອງ, ພຣະເຈົ້າໄຊຍະເສດຖາທິລາດໄດ້ເດິນທາງລົງໄປເມືອງອັດຕະປືແລ້ວຫາຍສາບສູນໄປໃນ ປີ ຄ.ສ 1571.


ພາບຈາກ: wikipedia

         ປີ ຄ.ສ 1827 ສະໄໝຂອງ ພຣະເຈົ້າອະນຸວົງ (ວິລະກະສັດ), ນະຄອນຫຼວງວຽງຈັນຖືກສັກດິນາຕ່າງດ້າວ ທຳລາຍລົງຢ່າງຮາບກ້ຽງ, ກຳແພງນະ ຄອນຖືກມ້າງເພ, ຫໍໂຮງ ແລະ ວັດວາອາຮາມ ນັບເປັນຮ້ອຍໆວັດຖືກຈູດເຜົາເປັນເທົ່າຖ່ານ, ອົງພຣະທາດຫຼວງທີ່ສະຫງ່າງາມມາແຕ່ບູຮານນະການ ຈຶ່ງ ກາຍເປັນທາດຮ້າງຢູ່ກາງປ່າ.
         ປີ ຄ.ສ 1876 ໂຈນຫໍ້ໄດ້ມາມ້າງເພພຣະທາດນ້ອຍອ້ອມພຣະທາດໃຫຍ່ນັ້ນເພື່ອຊອກຫາເງິນຄຳ ແລະ ວັດຖຸມີຄ່າທີ່ຝັງຢູ່ໃນພຣະທາດ ຈຶ່ງເຮັດ ໃຫ້ພຣະທາດຫຼວງທີ່ເປ່ເພຢູ່ແລ້ວນັ້ນຍິ່ງເປ່ເພລົງຕື່ມອີກ.
         ປີ ຄ.ສ 1900 ເມື່ອຝຣັ່ງໄດ້ປົກຄອງປະເທດລາວແລ້ວ ພວກເຂົາໄດ້ທຳການສ້ອມແປງສ່ວນຍອດຂອງພຣະທາດ ແຕ່ມີຮູບຊົງແຕກຕ່າງຈາກ ຮູບເກົ່າ ແລະ ໃນເທື່ອນີ້ ມີຜູ້ເຖົ້າເລົ່າວ່າຜູ້ສ້ອມແປງ ໄດ້ເອົາຄຳຈາກຍອດພຣະທາດໄປ.


ພາບຈາກ: wikipedia

          ອີກຕໍ່ມາ ປີ ຄ.ສ 1929 ລາຊະການຝຣັ່ງໄດ້ມີການສ້ອມແປງຄັ້ງໃຫຍ່ ຈົນຮອດປີ ຄ.ສ 1935 ຈຶ່ງສຳເລັດ. ການສ້ອມແປງເທື່ອນີ້ແມ່ນໄດ້ ສ້ອມແປງຍອດພຣະທາດ, ສ້ອມແປງກົມມະລຽນ, ຫໍໄຫວ້ທາງຕາເວັນຕົກ ແລະ ທາດນ້ອຍທີ່ເພພັງໃຫ້ມີຮູບຊົງຄືເກົ່າ.
         ປີ ຄ.ສ 1957 ເມື່ອປະເທດລາວໄດ້ຮັບອິດສະລະພາບເປັນເອກະລາດສົມບູນ, ລັດຖະບານລາວພາຍໄຕ້ ພຣະບໍລົມມະຊູປະຖຳຂອງພຣະ ເຈົ້າສີສະຫວ່າງວົງ ໄດ້ນຳພາປະຊາຊົນເຮັດບຸນສະເຫຼີມສະຫຼອງອາຍຸພຣະພຸດທະສາດສະໜາຄົບຮອບ 2500 ປີ (ພ.ສ 2500) ຈຶ່ງໄດ້ທຳການ ຟອກ ຄຳແຕ່ສ່ວນກາງຂຶ້ນໄປ ແລະ ໄດ້ປັ້ນພຣະບໍລົມມະຮູບ ຂອງພຣະເຈົ້າໄຊຍະເສດຖາທິລາດ ປະດິດສະຖານໄວ້ທາງດ້ານຕາເວັນຕົກ ຊື່ກັບປະຕູ ເຂົ້າ ກົມມະລຽນ ເພື່ອເປັນອະນຸສາວະລີ ທີ່ພຣະອົງໄດ້ຊົງສ້າງພຣະທາດຫຼວງຂຶ້ນໃຫ້ເປັນທີ່ສັກກະລະບູຊາຕໍ່ມາ.


ພາບຈາກ: vietnamwonder

          ພຣະທາດຫຼວງສູງ 45 ແມັດ, ມີໃບສີມາອ້ອມ 228 ໃບ, ມີບໍລິວານ (ທາດນ້ອຍ) 30 ອົງອ້ອມຮອບ ເອິ້ນວ່າ: “ປາລະມີສາມສິບທັດ”, ຕີນພຣະທາດແຕ່ດ້ານຕາເວັນອອກ ຫາດ້ານຕາເວັນຕົກຍາວ 69 ແມັດ, ແຕ່ດ້ານເໜືອເຖິງດ້ານໃຕ້ຍາວ 68 ແມັດ ແລະ ກົມມະລຽນ ດ້ານນອກ ອ້ອມພຣະທາດຫຼວງແຕ່ລະດ້ານຍາວ 91.75 ແມັດ.


ພາບຈາກ: tucantravel

ທີ່ມາ: wikipedia

ມ່ວນ ແລະ ມັກຫົວຂໍ້ນີ້ບໍ?
 


 

 

gotop

"ສະບາຍດີອາຊຽນ"
ບ້ານ ໂພນຕ້ອງສະຫວາດ, ເມືອງຈັນທະບູລີ, ນະຄອນຫຼວງ
ຕິດຕໍ່ ແລະ ສົນໃຈລົງໂຄສະນາກັບພວກເຮົາໄດ້ທີ່
ໂທ: +856 2028038267
ອີເມວ: sabaideeasean@gmail.com
www.sabaideeAsean.com © 2016    ຂໍສະຫງວນລິຂະສິດ
      ຕິດຕາມພວກເຮົາໄດ້ທີ່:   social media
 

facebook twitter instagram youtube
Free Web Hosting