ສະຫມັກສະມາຊິກ
ສະຫມັກສະມາຊິກ
nth
                   Ads

ປະຕູໄຊ ມາຮອດວຽງຈັນ, ລາວ! ແລ້ວບໍ່ຄວນພາດທີ່ຈະຢ້ຽມຊົມ







ສຸກ, ວັນທີ 10 ມິຖຸນາ 2016, ເວລາ 16:00


ພາບຈາກ: somewherenearhere

          ອານຸສາວະລີ ປະຕູໄຊ ເຊິ່ງບາງຄົນກໍ່ມັກຮຽກສັ້ນໆວ່າ ປະຕູໄຊ ຫຼື ບາງຄົນກໍ່ວ່າ ອານຸສາວະລີ. ແຕ່ຈະໃຫ້ຖືກແທ້ໆຕ້ອງເອີ້ນວ່າ: “ອານຸສາວະລີ ປະຕູໄຊ”. ສິ່ງກໍ່ ສ້າງນີ້ ສ້າງເພື່ອເປັນອານຸສອນສະຖານ ແກ່ໄຊຊະນະ ຂອງສົງຄາມ ແລະ ເປັນອານຸສອນແກ່ທະຫານທີ່ຕາຍໃນສົງຄາມໂລກຄັ້ງທີສອງ ແລະ ສົງຄາມກັບຈັກກະພັດຝຣັ່ງ ໃນປີ 1949, ປະຕູໄຊເລີ່ມການກໍ່ສ້າງໃນປີ 1957 ແລະ ສຳເລັດການກໍ່ສ້າງໃນປີ 1968 ໂດຍນຳໃຊ້ທຶນຈາກອາເມລິກາ ທີ່ເບື້ອງຕົ້ນຈະເອົາໄປສ້າງເດີນບິນໃນລະຫວ່າງສົງຄາມ ອິນດູຈີນ ແຕ່ກໍ່ຖືກນຳມາເຮັດອານຸສາວະລີ ລວມມູນຄ່າການກໍ່ສ້າງປະມານ 63 ລ້ານກີບ ໃນຕອນນັ້ນ ແລະ ການອອກແບບໂດຍ ທ້າວ ທຳ ໄຊຍະສິດເສນາ.


ພາບຈາກ: trover

          ຈາກຮູບແບບການກໍ່ສ້າງແລ້ວ ຮູບຊົງແມ່ນຄ້າຍກັບ Arc de Triomphe ຢູ່ປະເທດຝຣັງ ແລະ ຫຼາຍຄົນກະວ່າແມ່ນ ອ້າຍນ້ອງກັນ, ແມ່ນ ວ່າຈະມີຮູບຊົງໂຄງສ້າງຄ້າຍກັນ ແຕ່ໃນເລື່ອງລວດລາຍ ແລະ ສະຖາປັດ ຕະຍະກຳແລ້ວ ປະຕູໄຊແມ່ນແຕ້ມແຕ່ງດ້ວຍລວດລາຍຂອງລາວ ເຊັ່ນວ່າ: ຮູບຂອງກິນນາລີ, ຮູບກົບກິນເດືອນ ແລະ ອື່ນໆ. ອານຸສາວະລີ ປະຕູໄຊ ແມ່ນຈະມີປະຕູໃຫຍ່ທັງສີ່ດ້ານ ແລະ ປະກອບມີ 7 ຊັ້ນ, ມີຂັ້ນໄດທາງຂຶ້ນ ສອງຂ້າງ, ໂດຍທາງດ້ານເທິງເປັນອາຄານ 5 ຍອດ ຕາມຫຼັກການປົກຄອງປະເທດເຮົາແບບພຸດທະສາສະໜາ ໄດ້ແກ່: ພັນທະມິດ, ການໃຫ້ອະໄພ, ຄວາມສື່ສັດ, ການໃຫ້ກຽດ ແລະ ຄວາມ ຈະເລີນຮຸ່ງເຮືອງ, ຖ້າຂຶ້ນໄປຮອດຍອດຂອງອານຸສາວະລີ ທ່ານກໍ່ຈະໄດ້ຊື່ມຊົມກັບທິວທັດຄວາມງົດງາມ ຂອງຕົວເມືອງວຽງຈັນ.


ພາບຈາກ: alchetron

          ປະຕູໄຊຖືກອ້ອມຮອບໄປດ້ວຍສວນສາທາລະນະ ແລະ ຫົນທາງສາຍຫຼັກທີ່ມີລັກສະນະເປັນວົງວຽນ ແລະ ຫົນທາງເສັ້ນໃຫຍ່, ທາງດ້ານໜ້າ ຂອງປະຕູໄຊມີນໍ້າພຸທີ່ສວຍງາມ, ມີສວນສາທາລະນະໃຫ້ຜັກຜ່ອນຍ່ອນ ໃຈ, ເປັນບ່ອນທີ່ຊາວວຽງຈັນມັກມາຜັກຜ່ອນ, ສູດອາກາດບໍລິສຸດ ແລະ ອອກກຳລັງກາຍ.

ທີ່ມາ: Wikipedia

ມ່ວນ ແລະ ມັກຫົວຂໍ້ນີ້ບໍ?
 


 

 

gotop

"ສະບາຍດີອາຊຽນ"
ບ້ານ ໂພນຕ້ອງສະຫວາດ, ເມືອງຈັນທະບູລີ, ນະຄອນຫຼວງ
ຕິດຕໍ່ ແລະ ສົນໃຈລົງໂຄສະນາກັບພວກເຮົາໄດ້ທີ່
ໂທ: +856 2028038267
ອີເມວ: sabaideeasean@gmail.com
www.sabaideeAsean.com © 2016    ຂໍສະຫງວນລິຂະສິດ
      ຕິດຕາມພວກເຮົາໄດ້ທີ່:   social media
 

facebook twitter instagram youtube
Free Web Hosting