ສະຫມັກສະມາຊິກ
ສະຫມັກສະມາຊິກ
nth
                   Ads

ອາຊຽນແມ່ນຫຍັງ?







ສຸກ, ວັນທີ 10 ມິຖຸນາ 2016, ເວລາ 16:00


ພາບຈາກ: bunkrapp

          ASEAN ຫຼື ສະມາຄົມ ບັນດາປະຊາຊາດ ອາຊີຕາເວັນອອກສຽງໃຕ້ ເຊິ່ງເປັນອົງການຈັດຕັ້ງ ພາກພື້ນລະຫວ່າງລັດຖະບານໄດ້ສ້າງຕັ້ງຂຶ້ນໃນ ວັນທີ 8 ສິງຫາ 1976 ທີ່ ນະຄອນຫລວງບາງກອກ ປະເທດໄທ ເຊິ່ງເລີ່ມຕົ້ນ ມີ 5 ປະເທດເຂົ້າຮ່ວມກໍ່ຕັ້ງຄື: ອິນໂດເນເຊຍ, ມາເລເຊຍ, ຟີລິປິນ, ສິງກະໂປ ແລະ ປະເທດໄທ. ຈາກນັ້ນໄດ້ຮັບເອົາປະເທດ ບຣູໄນ ດາຣູ ຊາລາມ ເຂົ້າເປັນສະມາຊິກໃນປີ 1984, ຫວຽດນາມ ໃນປີ 1995, ສ ປ ປ ລາວ ເຮົາ ແລະ ມຽນມາ ໃນປີ 1997 ແລະ ກຳປູເຈຍໃນປີ 1999 ເຮັດໃຫ້ອາຊຽນ ມີສະມາຊິກເພີ່ມຂຶ້ນເປັນ 10 ປະເທດໃນປະຈຸບັນ. ໃນ 10 ປະເທດນີ້ ໄດ້ມີຄວາມແຕກຕ່າງ ກັນທາງລະບອບການເມືອງ-ການປົກຄອງ, ລະດັບການພັດທະນາເສດຖະກິດ-ສັງຄົມ, ວັດທະນະທຳ, ພາສາ, ສາສະໜາ, ຮີດຄອງປະເພນີ ແລະ ອື່ນໆ.


ພາບຈາກ: bfm

          ASEAN ມີ 10 ປະ​ເທດຄູ່ເຈລະຈາສົມບູນຄື: ປະເທດຈີນ (1991), ຍີ່ປຸ່ນ (1973), ສ. ເກົາຫຼີ (1989), ສ. ອິນເດຍ (1992), ອົດສະຕຣາລີ (1974), ນິວຊີແລນ (1975), ສ. ລັດເຊຍ (1991), ສະຫະພາບເອີຣົບ (1977), ການາດາ (1977), ສ. ອາເມຣິກາ (1977).
ຕົວເລກສະຖິຕິຂອງກອງເລຂາອາຊຽນໃນປີ 2011 ນັ້ນວ່າ ເນື້ອທີ່ຂອງ ອາຊຽນມີທັງໝົດ 4,435,674 ຕາຕະລາງກິໂລແມັດ, ມີພົນລະເມືອງ ຫຼື ປະຊາກອນ 604,8 ລ້ານຄົນ ຫຼືເທົ່າ 45,08% ຂອງພົນລະເມືອງ ສປ ຈີນ ຫຼື ເທົ່າ 14,6% ຂອງພົນລະເມືອງຂອງທະວີບອາຊີ, ມີລວມຍອດຜະລິດຕະພັນພາຍໃນ 2,178 ຕື້ໂດລາສະຫະລັດ, ລາຍໄດ້ສະເລ່ຍຕໍ່ຄົນແມ່ນ 3,601 ໂດລາສະຫະລັດ, ມູນຄ່າການຄ້າ 2,388 ຕື້ໂດລາສະຫະລັດ (ມູນຄ່າການສົ່ງອອກ 1,242 ຕື້ໂດລາສະຫະລັດ, ນໍາເຂົ້າ 1,146 ຕື້ໂດລາສະຫະລັດ), ການລົງທຶນຂອງຕ່າງປະເທດມີເຖິງ 114 ຕື້ໂດລາສະຫະລັດ, ມີນັກທ່ອງທ່ຽວເຂົ້າ ອາຊຽນເຖິງ 81,2 ລ້ານຄົນ.ຈາກຂໍ້ມູນນີ້ໄດ້ສ່ອງແສງໃຫ້ເຫັນວ່າ ອາຊຽນ ມີທ່າແຮງບົ່ມຊ້ອນໃນຫຼາຍດ້ານ ທີ່ເປັນຜົນດີ ເປັນຕົ້ນດ້ານການຄ້າ, ການບໍລິການ, ການລົງທຶນ,ການທ່ອງທ່ຽວ, ອຸດສາຫະກຳ ແລະ ກະສິກຳ. ແຕ່ເຖິງແນວໃດກໍດີ ຖ້າຢາກໄດ້ຜົນ ປະໂຫຍດມາສູ່ອາຊຽນ ໃຫ້ໄດ້ຕາມເປົ້າໝາຍ ອາຊຽນເອງຈະຕ້ອງມີກົນໄກທີ່ຄ່ອງແຄວ ເປັນເອກະລັກຂອງອາຊຽນ ແລະ ເໝາະສົມກັບສະພາບການພັດ ທະນາຂອງແຕ່ລະສະມາຊິກດ້ວຍກັນ, ນອກຈາກນັ້ນ ອາຊຽນຕ້ອງເປັນເຈົ້າການໃນການພັດທະນາຊ່ວຍເຫລືອບັນດາປະເທດສະມາຊິກດ້ວຍກັນ ເພື່ອ ໃຫ້ຫຼຸດຊ່ອງຫວ່າງຂອງຄວາມແຕກໂຕນລະຫວ່າງສະມາຊິກອາຊຽນເກົ່າ ແລະ ສະມາຊິກອາຊຽນໃໝ່.


ພາບຈາກ: thinkstockphotos

          ຍຶດໝັ້ນຈຸດປະສົງຕົ້ນຕໍຂອງອາຊຽນທີ່ໄດ້ກຳນົດໄວ້ໃນກົດບັດເພື່ອ:
(1). ປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ, ເຮັດໃຫ້ອາຊີຕາເວັນອອກສຽງໃຕ້ເປັນເຂດ ປອດອາວຸດນິວເຄລຍ ແລະ ອາວຸດທຳລາຍລ້າງຜານອື່ນໆ,
(2). ເພີ່ມທະວີຄວາມສາມາດໃນການເພິ່ງຕົນເອງຂອງພາກພື້ນ ໂດຍການສົ່ງເສີມການຮ່ວມມືທາງດ້ານການເມືອງ - ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ - ສັງຄົມໃຫ້ກ້ວາງຂວາງ,
(3). ເຊື່ອມໂຍງດ້ານເສດຖະກິດ, ເຮັດໃຫ້ອາຊຽນກາຍເປັນຕະຫລາດ ແລະ ຖານການຜະລິດດຽວ ພ້ອມທັງຮັບປະກັນຄວາມສາມາດໃນການແຂ່ງ ຂັນດ້ານເສດຖະກິດ, ອຳນວຍຄວາມສະດວກດ້ານການຄ້າ ແລະ ການລົງທຶນໃຫ້ມີປະສິດທິພາບ, ຮັບປະກັນການໄຫຼວຽນຂອງສິນຄ້າຢ່າງເສລີ, ການບໍລິການ ແລະ ການລົງທຶນ,
(4). ສົ່ງເສີມໃຫ້ມີ ຄວາມຢູ່ດີ ກິນດີ ມີການດຳລົງຊີວິດທີ່ດີ, ມີໂອກາດເທົ່າທຽມກັນໃນການເຂົ້າເຖິງ ແລະ ຊົມໃຊ້ຜົນປະໂຫຍດຈາກການພັດທະນາ, ສະຫວັດດີການ ແລະ ຄວາມຍຸຕິທຳໃນສັງຄົມ,
(5). ຮັກສາບົດບາດຄວາມເປັນແກນກາງຂອງອາຊຽນ, ເປັນເຈົ້າການຂັບເຄື່ອນຕົ້ນຕໍໃນການພົວພັນຮ່ວມືກັບຄູ່ເຈລະຈາ ແລະ ຄູ່ຮ່ວມອື່ນ ນອກພາກພື້ນ.

ທີ່ມາ: Wikipedia

ມ່ວນ ແລະ ມັກຫົວຂໍ້ນີ້ບໍ?
 


 

 

gotop

"ສະບາຍດີອາຊຽນ"
ບ້ານ ໂພນຕ້ອງສະຫວາດ, ເມືອງຈັນທະບູລີ, ນະຄອນຫຼວງ
ຕິດຕໍ່ ແລະ ສົນໃຈລົງໂຄສະນາກັບພວກເຮົາໄດ້ທີ່
ໂທ: +856 2028038267
ອີເມວ: sabaideeasean@gmail.com
www.sabaideeAsean.com © 2016    ຂໍສະຫງວນລິຂະສິດ
      ຕິດຕາມພວກເຮົາໄດ້ທີ່:   social media
 

facebook twitter instagram youtube
Free Web Hosting