ສະຫມັກສະມາຊິກ
ສະຫມັກສະມາຊິກ
nth
                   Ads

ອຸໂມງກູ໋ຈີ ອຸໂມງປະຫວັດສາດສົງຄາມຫວຽດນາມ







ອາທິດ, ວັນທີ 19 ມິຖຸນາ 2016, ເວລາ 11:25

ພາບຈາກ: sgskyline

          ອຸໂມງກູ໋ຈີ (Cu Chi tunnels) ເປັນເຄືອຂ່າຍອຸໂມງໃຕ້ດິນທີ່ເຊື່ອມກັນໃນເມືອງກູ໋ຈີໃນໄຊງອນ(ປັດຈຸບັນຄື ເມືອງໂຮຈິມິນ) ແລະ ເປັນສ່ວນໜຶ່ງຂອງເຄືອຂ່າຍອຸໂມງຂະໜາດໃຫຍ່ທີ່ເຊື່ອມຕໍ່ພື້ນທີ່ສ່ວນໃຫຍ່ຂອງປະເທດ. ອຸໂມງກູ໋ຈີເປັນທີ່ຕັ້ງຂອງກອງທັບຫຼາຍຄັ້ງລະ ຫວ່າງສົງຄາມຫວຽດນາມ ແລະ ເປັນຖານປະຕິບັດການຂອງຫວຽດກົງ ເມື່ອຄັ້ງການບຸກເທດສະການກຸດຢວນ ປີ ຄ.ສ.1968.


ພາບຈາກ: indochinatigertravel

          ອຸໂມງດັ່ງກ່າວຖືກໃຊ້ໂດຍກອງໂຈນຫວຽດກົງເປັນຈຸດລີ້ໄພລະຫວ່າງການປະທະ ເຊັ່ນດຽວກັບເປັນເສັ້ນທາງສື່ສານ, ສະບຽງ, ໂຮງໝໍ, ສະຖານທີ່ເກັບອາຫານ, ອາວຸດ ແລະ ທີ່ພັກອາໄສຂອງນັກສູ້ກອງໂຈນຈຳນວນຫຼາຍ ລະບົບອຸໂມງດັ່ງກ່າວມີຄວາມສຳຄັນຫຼາຍຕໍ່ຫວຽດກົງ ໃນການຕໍ່ສູ້ກັບທະຫານອາເມລິກາ ຈົນອາເມລິກາຕ້ອງຖອນກຳລັງທະຫານອອກຈາກຫວຽດນາມໃຕ້ໃນທີ່ສຸດ.


ພາບຈາກ: butterfield

          ຫວຽດກົງໄດ້ຮັບໄຊຊະນະຢ່າງງົດງາມໃນປີ ພ.ສ. 2506 ຫຼັງຈາກສາມາດສ້າງຄວາມສູນເສຍຢ່າງຫຼວງຫຼາຍຕໍ່ທະຫານຫວຽດນາມໃຕ້. ຫວຽດກົງຍັງມີສ່ວນຮ່ວມສໍາຄັນຕໍ່ປະຕິບັດການບຸກ ໂດຍເຂົ້າໂຈມຕີບ້ານ ແລະ ເມືອງຕ່າງໆຂອງຫວຽດນາມໃຕ້ເມື່ອຕົ້ນປີ ພ.ສ. 2511 ໃນເວລາຕໍ່ມາກອງທັບປະຊາຊົນຫວຽດນາມເໜືອໄດ້ເຂົ້າມາມີພາລະບົດບາດແທນທີ່ຫວຽດນາມກົງຈົນສິ້ນສຸດສົງຄາມໃນປີ ພ.ສ. 2518 ຫວຽດນາມຈຶ່ງລວມໂຕກັນໄດ້ເປັນໜຶ່ງດຽວ ຫວຽດກົງຈຶ່ງຫຼຸດບົດບາດລົງໂດຍຫຼັງສົງຄາມທະຫານຫວຽດກົງທີ່ເຫຼືອໄດ້ຖືກລວມເຂົ້າ ກັບກອງທັບປະຊາຊົນຫວຽດນາມ.


ພາບຈາກ: taringa

          ປັດຈຸບັນມີການເປີດໃຫ້ພື້ນທີ່ແຫ່ງນີ້ກາຍເປັນແຫຼ່ງທ່ອງທ່ຽວ ໂດຍມີເຈົ້າໜ້າທີ່ນຳພາໄປຈຸດສຳຄັນ ແລະ ສາມາດມຸດລົງໄປ ໄດ້ເຖິງຊັ້ນສາມຂອງອຸໂມງທີ່ເປັນເສັ້ນທາງຄົດຄ້ຽວ ແລະ ມືດ ເຖິງແມ່ນວ່າຈະມີການປັບປຸງໃຫ້ແຈ້ງຂື້ນແລ້ວກໍ່ຕາມ ສ່ວນບໍລິເວນ ອ້ອມຮອບຂອງອຸໂມງແຫ່ງນີ້ຍັງຫຼົງເຫຼືອຊາກແຫ່ງສົງຄາມເຊັ່ນ: ລົດຖັງ, ເຮືອບິນ, ວັດຖຸລະເບີດ ແລະ ຂຸມລະເບີດຂະໜາດໃຫຍ່ ເຊິ່ງປັດຈຸບັນກາຍເປັນບ່ອນລ້ຽງປາໄປແລ້ວ.


ພາບຈາກ: dulichgiahy

ທີ່ມາ: Wikipedia

ມ່ວນ ແລະ ມັກຫົວຂໍ້ນີ້ບໍ?
 


 

 

gotop

"ສະບາຍດີອາຊຽນ"
ບ້ານ ໂພນຕ້ອງສະຫວາດ, ເມືອງຈັນທະບູລີ, ນະຄອນຫຼວງ
ຕິດຕໍ່ ແລະ ສົນໃຈລົງໂຄສະນາກັບພວກເຮົາໄດ້ທີ່
ໂທ: +856 2028038267
ອີເມວ: sabaideeasean@gmail.com
www.sabaideeAsean.com © 2016    ຂໍສະຫງວນລິຂະສິດ
      ຕິດຕາມພວກເຮົາໄດ້ທີ່:   social media
 

facebook twitter instagram youtube
Free Web Hosting