ສະຫມັກສະມາຊິກ
ສະຫມັກສະມາຊິກ
nth
                   Ads

ສວນສະນຸກ ຢູນິເວີແຊລ ສຕູດິໂອ ສິງກະໂປ, ລະດັບໂລກທີ່ບໍ່ຄວນພາດ







ອາທິດ, ວັນທີ 19 ມິຖຸນາ 2016, ເວລາ 11:00

ພາບຈາກ: gumtree

          ສວນສະນຸກ ຢູນິເວີແຊລ ສຕູດິໂອ ສິງກະໂປ ເປັນສວນສະໜຸກໃນເຄືອຢູນິເວີແຊລແຫ່ງທຳອິດທີ່ເປີດໃນ ອາຊີຕາເວັນອອກສຽງໃຕ້ ແລະ ອີກບໍ່ດົນ ຢູນິເວີແຊລ ສຕູດິໂອ ກໍ່ຈະເປີດທີ່ນະຄອນຫຼວງດູໄບ ປະເທດສະຫະລັດອາລັບເອມິເຣດ ແລະ ທີ່ປະເທດເກົາຫຼີໃຕ້ຕາມລຳດັບ ເຊິ່ງຈະເປີດໃຫ້ບໍລິການໃນໄວໆນີ້. ກ່ອນໜ້ານີ້ສວນສະໜຸກໃນເຄືອ ຢູນິເວີແຊລ ໄດ້ກໍ່ສ້າງແຫ່ງທໍາອິດໃນອາຊີຄືໃນປະເທດຍີປຸ່ນ.


ພາບຈາກ: cebuairtravel

          ພາຍໃນສວນສະໜຸກຢູນິເວີແຊລ ສຕູດິໂອ ສິງກະໂປ ປະກອບດ້ວຍເຄື່ອງຫຼິ້ນທັງໝົດ 24 ຊະນິດ ໂດຍເປັນເຄື່ອງຫຼິ້ນທີ່ອອກແບບໃໝ່ຈຳນວນ 18 ຊະນິດ ໃຫ້ທ່ານເລືອກຫຼິ້ນໃນພື້ນທີ່ສວນສະໝຸກ ຢູນິເວີແຊລ ສຕູດິໂອ ສິງກະໂປ ປະກອບດ້ວຍສວນທີ່ລວມເອົາຕົວລະຄອນ ແລະ ສະຖານທີ່ໃນ ພາບພະຍົນແອນິເມຊັນຊື່ດັງຂອງບໍລິສັດ ດຣີມເວີລ ແອນິເມຊັນ ທີ່ເປັນທີ່ໂດ່ງດັງ ແລະ ເປັນທີ່ຮັກຂອງເດັກນ້ອຍ ຫຼື ຜູ່ໃຫຍ່ຫຼາຍຄົນເຊັ່ນ:


ພາບຈາກ: somosorlando

          ມາດາກັສກາ(Madagascar) ພາຍໃນມາດາກັສກາ ກໍ່ຈະມີການຈຳລອງເກາະມາດາກັສກາ ທີ່ປະກອບດ້ວຍ ທະເລ, ເຮືອລ່ອງສະມຸດ ແລະ ປ່າ ລວມໄປເຖິງຕົວລະຄອນນຳອີກ 4 ຕົວລະຄອນຄື: ອາເລັກມາຣຕີ້ເມລແມນ ແລະ ກລໍເຣຍ ໃນເກາະມາດາກັສກາກໍ່ມີເຄື່ອງຫຼິ້ນໃຫ້ເລືອກຫຼິ້ນເຊັ່ນກັນ. Shrek ພົບກັບປຣາສາດຟາຣ໌ຟາຣ໌ ອເວຍ (Far Far Away Castle) ເຊິ່ງເປັນປຣາສາດຂອງກະສັດອາໂຣລ ແລະ ເປັນທີ່ປະທັບຂອງເຈົ້າຍິງຟີໂອນາ ຕົວປຣາສາດມີຄວາມສູງ 40ແມັດ ແລະ ໃນສ່ວນນີ້ກໍ່ຍັງມີເຄື່ອງຫຼິ້ນໃຫ້ເລືອກຫຼິ້ນອີກດ້ວຍ.


ພາບຈາກ: thaigoodview

          ນອກຈາກນັ້ນແລ້ວສວນສະໜຸກຢູນິເວີແຊລ ສຕູດິໂອ ສິງກະໂປ ຍັງມີໂຊນຕ່າງໆທີ່ຈັດຂື້ນອີກ 5 ໂຊນເຊັ່ນ ເມືອງໄຊໄຟ, ໂຊນອີຢິບ, ໂຊນນິວຢອກ, ໂຊນເດິລອດສເວີລ ທີ່ຈໍາລອງສາກຈາກພາບພະຍົນເລື່ອງຈູລາສິດປາຣ໌ຄ ແລະ ໂຊນຮໍລິວູດ ບູເລີວາຣ໌ຄ ນອກຈາກນີ້ຍັງມີສຕູດິໂອ ສຳຫຼັບການສະແດງສົດທີ່ກ່ຽວຂ້ອງກັບການຖ່າຍທຳທີ່ກ່ຽວຂ້ອງກັບພາບພະຍົນອີກດ້ວຍ.


ພາບຈາກ: thaigoodview

ທີ່ມາ: Wikipedia

ມ່ວນ ແລະ ມັກຫົວຂໍ້ນີ້ບໍ?
 


 

 

gotop

"ສະບາຍດີອາຊຽນ"
ບ້ານ ໂພນຕ້ອງສະຫວາດ, ເມືອງຈັນທະບູລີ, ນະຄອນຫຼວງ
ຕິດຕໍ່ ແລະ ສົນໃຈລົງໂຄສະນາກັບພວກເຮົາໄດ້ທີ່
ໂທ: +856 2028038267
ອີເມວ: sabaideeasean@gmail.com
www.sabaideeAsean.com © 2016    ຂໍສະຫງວນລິຂະສິດ
      ຕິດຕາມພວກເຮົາໄດ້ທີ່:   social media
 

facebook twitter instagram youtube
Free Web Hosting