ສະຫມັກສະມາຊິກ
ສະຫມັກສະມາຊິກ
nth
                   Ads

ໂບຣາໄກ ສະຫວັນເທິງແຜ່ນດິນ ແລະ ພືນນໍ້າທີ່ຟີລິບປິນ







ອາທິດ, ວັນທີ 19 ມິຖຸນາ 2016, ເວລາ 14:00

ພາບຈາກ: Wikipedia

         ໂບຣາໄກ (Boracay) ເປັນເກາະໃນປະເທດຟິລິບປິນຢູ່ຫ່າງຈາກເມືອງມະນິລາໄປທາງທິດໃຕ້ປະມານ315 ກິໂລແມັດ


ພາບຈາກ: expedia

          ໂບຣາໄກເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຫຼາຍຂອງຟິລິບປິນໂດຍສະເພາະໃນປີ ຄ.ສ 2012 ໄດ້ຮັບການໂຫວດຈາກວາລະສານ ທຣາເວລ + ເລເຊີ ໃຫ້ເປັນເກາະທີ່ເປັນສະຖານທີ່ທ່ອງທ່ຽວອັນດັບໜຶ່ງຂອງໂລກ ນອນຈາກນີ້ຍັງໄດ້ຮັບເລືອກໃຫ້ເປັນຈຸດມຸ່ງໝາຍປາຍທາງທີ່ສະຫງົບງຽບ ແລະ ເປັນແຫຼ່ງບັນເທີງໃນຍາມຄ່ຳຄືນທີ່ດີເລີດ


ພາບຈາກ: travel-travelworld

          ໂບຣາໄກເປັນສະຖານທີ່ທີ່ຂື້ນຊື່ວ່າເປັນເກາະທີ່ມີຫາດຊາຍທີ່ເປັນສີຂາວ ແລະ ສະອາດຫຼາຍ ເນື່ອງຈາກມີກົດໝາຍທີ່ເຂັ້ມງວດຫຼາຍໃນການ ຖິ້ມຂີ້ເຫຍື້ອ ໂດຍຫາກໃຜຖິ້ມຂີ້ເຫຍື້ອພຽງແຕ່ອັນດຽວລົງຊາຍຫາດຈະຖືກປັບໄໝເປັນເງິນ 1,500 ເປໂຊ ເມື່ອຫາດຊາຍຂາວສະອາດຈຶ່ງບໍ່ມີ ໃຜເຮັດໃຫ້ເກີດຄວາມເປິະເປື້ອນອີກເລີຍ ເຊິ່ງຄຳວ່າ “ໂບລາ” (Bora) ນັ້ນເປັນພາສາຕາກາລ໊ອກ ທີ່ແປວ່າ ”ສີຂາວ” “ໂບຣາໄກ” (Boracay) ໝາຍເຖິງ “ຫາດຊາຍຂາວ”


ພາບຈາກ: youtube

          ໂບຣາໄກນອກຈາກຈະເປັນແຫຼ່ງທ່ອງທ່ຽວດຳນ້ຳລະດັບໂລກແລ້ວ ເທິງເກາະຍັງມີຕະຫຼາດສົດຂາຍອາຫານທະເລຫຼາກຫຼາຍຊະນິດເຊັ່ນ: ກຸ້ງມັງກອນ,ປະກາລັງດອກແດງ ລວມເຖິງ ເໝັ້ນທະເລ


ພາບຈາກ: boracay-condos

ທີ່ມາ: Wikipedia

ມ່ວນ ແລະ ມັກຫົວຂໍ້ນີ້ບໍ?
 


 

 

gotop

"ສະບາຍດີອາຊຽນ"
ບ້ານ ໂພນຕ້ອງສະຫວາດ, ເມືອງຈັນທະບູລີ, ນະຄອນຫຼວງ
ຕິດຕໍ່ ແລະ ສົນໃຈລົງໂຄສະນາກັບພວກເຮົາໄດ້ທີ່
ໂທ: +856 2028038267
ອີເມວ: sabaideeasean@gmail.com
www.sabaideeAsean.com © 2016    ຂໍສະຫງວນລິຂະສິດ
      ຕິດຕາມພວກເຮົາໄດ້ທີ່:   social media
 

facebook twitter instagram youtube
Free Web Hosting