ສະຫມັກສະມາຊິກ
ສະຫມັກສະມາຊິກ
nth
                   Ads

ຕຶກແຝດເປໂຕຣນາສ! ຕຶກແຝດ ທີ່ສູງທີ່ສຸດໃນໂລກ ທ່ີມາເລເຊຍ







ອາທິດ, ວັນທີ 19 ມິຖຸນາ 2016, ເວລາ 14:48
ພາບຈາກ: lamoreproperty

          ຫາກເວົ້າເຖິງຄວາມທັນສະໄໝຂອງມາເລເຊຍຫຼາຍຄົນຄົງຄິດເຖິງ “ເປໂຕຣນາສ” ອາຄານແຝດທີ່ສູງໃນໂລກ ແລະ ຖືເປັນແລນມາກຂອງກຸງ
ກັວລາລຳເປີໃນປັດຈຸບັນ.ເປໂຕນາສອາຄານແຝດເຊິ່ງຕັ້ງຢູ່ໃຈກາງກຸງກັວລາລຳເປີເມືອງຫຼວງຂອງມາເລເຊຍຖືເປັນສັນຍາລັກທີ່ບົ່ງບອກເຖິງຄວາມທັນສະ ໄໝ ແລະ ຄວາມມຸ່ງໝັ້ນໃນການພັດທະນາປະເທດສູ່ຄວາມຈະເລີນຮຸ່ງເຮືອງ.


ພາບຈາກ: pinterest

          ຫໍຄອຍຄູ່ແຫ່ງນີ້ຈະເສຍສະທິຕິຕຶກສູງທີ່ສຸດໃນໂລກໃນໂລກໃຫ້ອາຄານໄທເປ 101 ຂອງໄຕ້ຫວັນຕັ້ງແຕ່ປີ 2547 ແຕ່ລ່າສຸດຕຶກເປໂຕນາສ ຍັງຄົງຄອງແຊັມອາຄານແຝດທີ່ສູງທີ່ສຸດຂອງໂລກດ້ວຍຄວາມສູງ 451 ແມັດ ແລະ ຈຳນວນຊັ້ນທັງໝົດ 88 ຊັ້ນ.


ພາບຈາກ: lamoreproperty

          ຕຶກເປໂຕນາສໃຊ້ງົບປະມານໃນການການກໍ່ສ້າງທັງໝົດ 1600 ລ້ານໂດລາ ໂດຍເລີ່ມຕົ້ນກໍ່ສ້າງຕັ້ງແຕ່ປີ 2535 ແລະ ເລີ່ມ ເປີດໃຊ້ ງານຢ່າງເປັນທາງການເມື່ອປີ 2542 ໂດຍມີເຊຊາ ເປລີ ສະຖາປະນິກຊາວອາເຈນຕິນາເປັນຜູ້ອອກແບບຕົວອາຄານ. ນາຍເປລີບອກວ່າອາ ຄານ ແຝດແຫ່ງນີ້ສ້າງຂຶ້ນໃນ Style Post Modern ແລະ ມີເອກະລັກບໍ່ຄືໃຜ ເນື່ອງຈາກພວກເຂົາ Design ຮູບແບບຂອງຕຶກອາຄານໃຫ້ສະທ້ອນ ສິລະປະຂອງສາດສະໜາອິດສະລາມ ເຊິ່ງເປັນສາດສະໜາປະຈຳຊາດຂອງມາເລເຊຍໂດຍສະເພາະຮູບຊົງພື້ນຖານຂອງຕຶກ ທີ່ໄດ້ແຮງບັນດານ ໃຈ   ຈາກດາວ 8 ແຊກຂອງອິດສະລາມ ແລະ ເພີ່ມເຕີມພື້ນທີ່ຊົງກົມເຂົ້າໄປບໍລິເວນມຸມແຕ່ລະດ້ານ ເພື່ອເພີ່ມພື້ນທີ່ໃຊ້ສອຍ ແລະ ຕອບໂຈດ ສຳລັບໃຊ້ເປັນອາຄານ ສຳນັກງານທົ່ວໄປ.


ພາບຈາກ: flickr

          ດ້ານວັດສະດຸທີ່ໃຊ້ກໍ່ສ້າງຕົວອາຄານເນັ້ນຄອນກີດເປັນຫຼັກ ເພື່ອຄວາມໝັ້ນຄົງແຂງແຮງເນື່ອງຈາກຕຶກແຝດຄູ່ນີ້ ຕັ້ງຢູ່ເທິງພື້ນທີ່ເຊິ່ງເປັນຮອຍ
ຫຼື ຫິນຜຸ ແຕ່ສ່ວນເປືອກຂອງຕົວອາຄານຜູ້ສ້າງໃຊ້ເນັ້ນແວ່ນ ແລະ ອາລູມີນຽມ ເພື່ອເພີ່ມຄວາມເປັ່ງປະກາຍ ແລະ ຄວາມທັນສະໄໝໃຫ້ກັບຕຶກອາຄານ. ນອກຈາກນີ້ ເນືຶ່ອງຈາກມາເລເຊຍຕ້ອການໃຫ້ການກໍ່ສ້າງແລ້ວສຳເລັດຕາມກຳນົດພາຍໃນເວລາ 6 ເດືອນ ລັດທະບານມາເລເຊຍຈຶ່ງວ່າຈ້າງບໍລິສັດ 2 ແຫ່ງຈາກຍີິ່ປຸ່ນ ແລະເກົາຫຼີໃຕ້ ເພື່ອແຂ່ງຂັນກໍ່ສ້າງອາຄານແຕ່ລະຫຼັງ ໂດຍຂົວລອຍຟ້າ 2 ຊັ້ນເຊື່ອມອາຄານທັງສອງຫຼັງດ້ວຍກັນບໍລິເວນຊັ້ນທີ່ 41 ແລະ 42 ເຮັດໃຫ້ຂົວແຫ່ງນີ້ ເປັນ ຂົວ 2 ຊັ້ນ ທີ່ມີຄວາມສູງໃນໂລກຈົນເຖິງປະຈຸບັນ.


ພາບຈາກ: jelentravel

          ລ່າສຸດຕຶກເປໂຕນາສ ອາຄານໜຶ່ງໃຊ້ເປັນສຳນັກງານໃຫຍ່ຂອງບໍລິສັດປິໂຕນາສເຊິ່ງເປັນລັດວິສາຫາກິດດ້ານພະລັງງານຂອງລັດຖະບານມາເລ ເຊຍສ່ວນອາຄານຫຼັງທີ່ສອງມີບໍລິສັດເອກະຊົນຈາກທົ່ວໂລກ ເດີນທາງໄປເຊົ່າພື້ນທີ່ເພື່ອໃຊ້ເປັນສຳນັກງານຫຼາຍແຫ່ງໃນຈຳນວນນີ້ ລວມເຖິງຫົວເວິ່ຍ
ບໍລິສັດເທັກໂນໂລຢີຈາກປະເທດຈີນ ອັດຈາຊີລາ ສຳນັກຂ່່າວຂອງກາຕາ ຕະຫຼອດຈົນໂບອິ້ງ ໄອບີເອັມ ແລະ Microsoft ເຊິ່ງເປັນບໍລິສັດຍັກໃຫຍ່ ຈາກສະຫະລັດອາເມລິກາ.

ທີ່ມາຂໍ້ມູນ: Wikipedia

ມ່ວນ ແລະ ມັກຫົວຂໍ້ນີ້ບໍ?
 


 

 

gotop

"ສະບາຍດີອາຊຽນ"
ບ້ານ ໂພນຕ້ອງສະຫວາດ, ເມືອງຈັນທະບູລີ, ນະຄອນຫຼວງ
ຕິດຕໍ່ ແລະ ສົນໃຈລົງໂຄສະນາກັບພວກເຮົາໄດ້ທີ່
ໂທ: +856 2028038267
ອີເມວ: sabaideeasean@gmail.com
www.sabaideeAsean.com © 2016    ຂໍສະຫງວນລິຂະສິດ
      ຕິດຕາມພວກເຮົາໄດ້ທີ່:   social media
 

facebook twitter instagram youtube
Free Web Hosting