ສະຫມັກສະມາຊິກ
ສະຫມັກສະມາຊິກ
nth
                   Ads

ຖ້ຳບາຕູ ຖໍ້າທີ່ນັກທ່ອງທ່ຽວມັກມາແລ້ວ ຍັງເປັນວັດປະກອບພິທີກຳໃນສາດສະໜາຮິນດູຂອງຊາວມາເລເຊຍ







ອາທິດ, ວັນທີ 19 ມິຖຸນາ 2016, ເວລາ 14:00

ພາບຈາກ: Wikipedia

          ຖ້ຳບາຕູ ນອກຈາກຈະເປັນສັນຍາລັກຂອງຂອງລັດສະລັງງໍ ແລະ ໄດ້ຮັບຄວາມນິຍົມໃນໝູ່ນັກທ່ອງທ່ຽວແລ້ວ ຍັງເປັນວັດ ແລະ ປະກອບພິ ທີກຳໃນສາດສະໜາຮິນດູອີກດ້ວຍ ໃນແຕ່ລະປີຜູ່ທີ່ມີໃຈສັດທາ ແລະ ນັກທ່ອງທ່ຽວຫຼາຍພັນຄົນເດີນທາງມາທີ່ນີ້ ໂດຍສະເພາະແມ່ນລະຫວ່າງ ເທດສະການປະຈຳປີໄທປູຊັມ.


ພາບຈາກ: channels

          ຖ້ຳຫິນປູນແຫ່ງນີ້ຕັ້ງຢູ່ທາງດ້ານເໜືອຂອງເມືອງກົວລາລຳເປີ ປະກອບດ້ວຍສາມຖ້ຳຫຼັກ ເຊິ່ງໃຊ້ເປັນວັດ ແລະ ສານຮິນດູ.


ພາບຈາກ: wowamazing

          ສິ່ງທີ່ໜ້າສົນໃຈທີ່ສຸດຂອງຖ້ຳບາຕູກໍ່ຄື ຮູບປັ້ນເທບຂອງສາດສະໜາຮິນດູຂະໜາດໃຫຍ່ທີ່ຕັ້ງຢູ່ໃກ້ກັບປາກຖ້ຳ ນອກຈາກນີ້ ຫາກ ທ່ານໃດຍ່າງຂື້ນຂັ້ນໃດ 272 ຂັ້ນ ທ່ານຈະສາມາດເບິ່ງເຫັນທັດສະນິຍະພາບ ແລະ ເສັ້ນຂອບຟ້າທີ່ສວຍງາມຂອງເມືອງໄດ້ຢ່າງຊັດເຈນ.


ພາບຈາກ: casalnomade

          ບໍລິເວນອ້ອມຮອບວັດທ່ານຈະເຫັນລິງແລ່ນຫຼິ້ນຢ່າງອິດສະຫຼະ. ທີ່ນີ້ຍັງເປັນຈຸດປີນໜ້າຜາທີ່ໄດ້ຮັບຄວາມນິຍົມໃນໝູ່ນັກທ່ອງ ທ່ຽວທີ່ມັກໃນການພະຈົນໄພ ນອກຈາກນີ້ຍັງມີຖ້ຳຣາມາຍນະ ເຊິ່ງດ້ານໃນມີຮູບແຕ້ມຂອງພະເຈົ້າໃນສາດສະໜາຮິນດູໃຫ້ທ່ຽວຊົມ.


ພາບຈາກ: wallpaperscraft

ທີ່ມາ: Wikipedia

ມ່ວນ ແລະ ມັກຫົວຂໍ້ນີ້ບໍ?
 


 

 

gotop

"ສະບາຍດີອາຊຽນ"
ບ້ານ ໂພນຕ້ອງສະຫວາດ, ເມືອງຈັນທະບູລີ, ນະຄອນຫຼວງ
ຕິດຕໍ່ ແລະ ສົນໃຈລົງໂຄສະນາກັບພວກເຮົາໄດ້ທີ່
ໂທ: +856 2028038267
ອີເມວ: sabaideeasean@gmail.com
www.sabaideeAsean.com © 2016    ຂໍສະຫງວນລິຂະສິດ
      ຕິດຕາມພວກເຮົາໄດ້ທີ່:   social media
 

facebook twitter instagram youtube
Free Web Hosting