ສະຫມັກສະມາຊິກ
ສະຫມັກສະມາຊິກ
nth
                   Ads

ຈັນດີປຣັມບານັນ ເທວະສະຖານໃນສາດສະໜາຮິນດູ ທີ່ໃຫຍ່ທີ່ສຸດໃນປະເທດ ອິນໂດເນເຊຍ







ອາທິດ, ວັນທີ 19 ມິຖຸນາ 2016, ເວລາ 13:00

ພາບຈາກ: palmjavatourtravel

          ຈັນດີປຣັມບານັນ (ອິນໂດເນເຊຍ: Candi Prambanan) ຫຼື ຈັນດີຣາຣາຈົງກຣັງ (ອິນໂດເນເຊຍ: Candi Rara jonggrang) ຄືເທວະສະຖານໃນສາດສະໜາຮິນດູ ທີ່ໃຫຍ່ທີ່ສຸດໃນປະເທດ ອິນໂດເນເຊຍ ຕັ້ງຢູ່ໃນເຂດຊະວາກາງ ຫ່າງຈາກເມືອງຈາກາຕ້າໄປທາງຕາເວັນ ອອກປະມານ 18 ກິໂລແມັດ ໂຕວັດນັ້ນສ້າງຂື້ນເມື່ອປະມານປີ ພ.ສ. 2461 (ຄ.ສ. 1918) ຈຶ່ງຈະມີການບູລະນະວັດຂື້ນມາ ເຊິ່ງການບູລະນະຂອງ ສິ່ງກໍ່ສ້າງຫຼັກສິ້ນສຸດລົງເມື່ອປີ ພ.ສ. 2496 (ຄ.ສ. 1953).


ພາບຈາກ: thousandwonders

           ໃນປັດຈຸບັນ ປຣັມບານັນຖືກຍົກໃຫ້ເປັນມໍລະດົກໂລກ ແລະ ນັບໄດ້ວ່າເປັນໜຶ່ງໃນສາສະໜາສະຖານໃນສາສະໜາຮີນດູທີ່ໃຫຍ່ ທີ່ສຸດ ໃນອາຊີອາຄະເນ, ໂຕວັດໂດດເດັ່ນດ້ວຍສະຖາປັດຕະຍາກໍາ ແລະ ຄວາມໃຫຍ່ໂຕຂອງປຣາງເຊິ່ງມີຄວາມສູງເຖິງ 47ແມັດ


ພາບຈາກ: bedforest

          ປຣາສາດ ຫິນປຣັມມານັນ ໄດ້ຮັບການຂື້ນທະບຽນເປັນມໍລະດົກໂລກໃນການປະຊຸມຄະນະກຳມະການມໍລະດົກໂລກ ສະໄໝສາມັນຄັ້ງທີ່ 15 ພາຍໃຕ້ຊື່ ”ກຸ່ມວັດປຣັມບານັນ” ເມື່ອປີ ຄ.ສ. 2534 ທີ່ເມືອງ ຄາຣເທຈ ປະເທດຕູເນເຊຍ ດ້ວຍຂໍ້ກໍານົດ ແລະ ຫຼັກເກນໃນການພິຈາລະນາດັ່ງນີ້:

    (i) ເປັນຕົວແທນໃນການສະແດງຜົນງານດີເດັ່ນດ້ວຍການສ້າງສັນອັນສະຫຼຽວສະຫຼາດຂອງມະນຸດ
   (iv) ເປັນຕົວຢ່າງອັນໂດດເດັ່ນຂອງປະເພດສິ່ງກໍ່ສ້າງອັນເປັນຕົວແທນຂອງການພັດທະນາທາງດ້ານວັດທະນະທຳ, ສັງຄົມ, ສິນລະປະກໍາ, ວິທະຍາ ສາດເທັກໂນໂລຢີ, ອຸດສາຫະກໍາ ໃນປະຫວັດສາດຂອງມວນມະນຸດ
.


ພາບຈາກ: secondglobe

ທີ່ມາ: Wikipedia

ມ່ວນ ແລະ ມັກຫົວຂໍ້ນີ້ບໍ?
 


 

 

gotop

"ສະບາຍດີອາຊຽນ"
ບ້ານ ໂພນຕ້ອງສະຫວາດ, ເມືອງຈັນທະບູລີ, ນະຄອນຫຼວງ
ຕິດຕໍ່ ແລະ ສົນໃຈລົງໂຄສະນາກັບພວກເຮົາໄດ້ທີ່
ໂທ: +856 2028038267
ອີເມວ: sabaideeasean@gmail.com
www.sabaideeAsean.com © 2016    ຂໍສະຫງວນລິຂະສິດ
      ຕິດຕາມພວກເຮົາໄດ້ທີ່:   social media
 

facebook twitter instagram youtube
Free Web Hosting