ສະຫມັກສະມາຊິກ
ສະຫມັກສະມາຊິກ
nth
                   Ads

ບຸໂຣພຸດໂທ! ພຸດທະສາສະໜາສະຖານທີ່ຍິ່ງໃຫຍ່ ແລະ ມໍລະດົກໂລກຂອງອິນໂດເນເຊຍ







ອາທິດ, ວັນທີ 19 ມິຖຸນາ 2016, ເວລາ 15:40
ພາບຈາກ: travelmoodz

          ມະຫາສະຖູບໂບໂຣບູດູ (ອິນໂດເນເຊຍ: Chandi Borobudur) ຫຼື ບາຣາບູດູ (Barabudur) ສ່ວນໃນປະເທດລາວເຮົາຈະຮູ້ຈັກກັນໃນຊື່ ບຸໂຣພຸດໂທ ເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງປະເທດອິນໂດເນເຊຍ ຕັ້ງຢູ່ພາກກາງຂອງ ເກາະຊະວາ ຫ່າງຈາກ ຍອກຍາກາຕາ ໄປທາງຕາເວັນ ຕົກສຽງເໜືອປະມານ 40ກິໂລເມັດ ສ້າງຂື້ນລະຫວ່າງປີ ພ.ສ 1293-1393 ໂດຍບຸໂລພຸດໂທເປັນສາດສະໜາສະຖານຂອງສາດສະໜາພຸດນິກາຍມະຫາ ຍານຖ້າບໍ່ນັບນະຄອນວັດຂອງກຳປູເຈຍເຊິ່ງເປັນທັງສາດສະໜາຂອງສາດສະໜາພົມ-ຮິນດູ ແລະ ສາດສະໜາພຸດ ບຸໂຣພຸດໂທຈະເປັນສາດສະໜາສະ ຖານຂອງສາດສະໜາພຸດທີ່ໃຫຍ່ທີ່ສຸດໃນໂລກ.


ພາບຈາກ: corporatelivewire

          ໃນຊັ້ນເທິງສຸດຂອງບຸໂຣພຸດໂທທີ່ຖືວ່າເປັນສ່ວນຍອດສຸດຂອງວິຫານ ມີລັກສະນະເປັນຖານວົງມົນໃຫຍ່ຂອງເຈດີອົງປະທານ ເວລາທີ່ເບິ່ງ ມາຈາກໄກໆ ຈະເຫັນລັກສະນະຄ້າຍຄືກັບດອກບົວຂະໜາດໃຫຍ່ ຕັ້ງສະຫງ່າຢູ່ກາງພູເຂົາ ບໍ່ພົບຮູບພາບລັກສະນະໃດໆ ປາກົດຢູ່ຄ້າຍຄືກັບຫຼຸດພົ້ນ ຈາກຄວາມຕ້ອງການທຸກສິ່ງທຸກຢ່າງ ມີຜູ້ສຳນຶກພາບທີ່ປາກົດນີ້ວ່າສະແດງເຖິງການຫຼຸດພົ້ນຈາກທຸກສັບພະສິ່ງໃນໂລກ ຫຼື ເອີ້ນໄດ້ວ່າປະນິພານ ອັນ ເປັນຈຸດໝາຍສູງສຸດຂອງສາດສະໜາພຸດ.


ພາບຈາກ: wikipedia

          ບຸໂຣພຸດໂທສ້າງຂື້ນໂດຍກະສັດແຫ່ງລາດຊະວົງໄຊເລັນທ ເປັນສະຖູບແບບມະຫາຍານ ສັນນິຖານວ່າສ້າງລະຫວ່າງຄຣິດຕະສະຕະວັດທີ 7-9 ຫຼື ພຸດທະສັກກະລາດ 1393 ຕັ້ງຢູ່ທາງພາກກາງຂອງເກາະຊະວາ ທາງຝັງຂວາໃກ້ກັບແມ່ນໍ້າໂປຣໂກ ຫ່າງຈາກຍອກຍາກາຕາໄປທາງຕາເວັນຕົກສຽງເໜືອ ປະມານ 40 ກິໂລເມັດ ບຸໂຣພຸດໂທສ້າງດ້ວຍຫິນພູເຂົາໄຟປະມານ 2 ລ້ານຕາລາງຟຸດເທິງຖານສີ່ຫຼ່ຽມ ກວ້າງດ້ານລະ 121 ເມັດ ສູງ 403 ຟຸດ ມີຮູບ ຊົງແບບປິລະມິດ ມີລານເປັນຊັ້ນຫຼຸດລື່ນກັນ 8 ຊັ້ນ ແລະ ໃນ 8 ຊັ້ນນັ້ນ 5 ຊັ້ນລຸ່ມເປັນລານສີ່ຫຼ່ຽມ 3 ຊັ້ນເທິງເປັນລານວົງມົນ ສາມວົງມົນຍອດ ໂດມກາງ ແລະ ເທິງລານມົນຊັ້ນສູງສຸດຍັງມີພຣະສະຖູບຕັ້ງສູງຂື້ນໄປອີກ 31.5 ເມັດ ເປັນມະຫາສະຖູບທີ່ລະບຽງຊ້ອນກັນເປັນຊັ້ນໆຫຼຸດລື່ນກັນໄປ ມະຫາສະຖູບມີການຕົກແຕ່ງດ້ວຍພາບສະຫຼັກ 2672 ອັນ ແລະ ຮູບປັ້ນພຣະພຸດທະຮູບ 504 ອົງ ໂດມກາງອ້ອມຮອບດ້ວຍ 72 ຮູບປັ້ນພະພຸດທະ ຮູບແຕ່ລະອົງນັ່ງຢູ່ພາຍໃນສະຖູບເຈາະຮູບສີ່ຫຼຽມດອກຈັນທີ່ອ້ອມຮອບສະຖູບດ້ານເທິງສຸດ.


ພາບຈາກ: atmann

          ບຸໂຣພຸດໂທ ໄດ້ຮັບຂື້ນທະບຽນເປັນມໍລະດົກໂລກໃນການປະຊຸມຄະນະກຳມະການມໍລະດົກໂລກສະໄໝສາມັນຄັ້ງທີ 15 ພາຍໃຕ້ຊື່ ກຸ່ມວັດບຸໂຣ ພຸດໂທເມື່ອປີ ພ.ສ 2534 ທີ່ເມືອງຄາເທັດຈ ປະເທດຕູນີເຊຍດ້ວຍຂໍ້ກຳນົດ ແລະ ຫຼັກເກນໃນການພິຈາລະນາດັ່ງນີ້:
(i) ເປັນໂຕແທນໃນການສະແດງຜົນງານອັນລ້ຳຄ່າທີ່ຈັດຂື້ນດ້ວຍການສ້າງສັນອັນສະຫຼຽວສະຫຼຂອງມະນຸດ.
(ii) ເປັນສິ່ງທີ່ມີອິດທິພົນ ຊ່ອຍຊຸກຍູ້ໃຫ້ເກີດການພັດທະນາສືບຕໍ່ມາໃນດ້ານການອອກແບບທາງສະຖາປັດຕະຍາກຳ, ອານຸສອນສະຖານ, ປະຕິມະກຳ, ສວນ ແລະ ພູມມິທັດ ຕະຫຼອດຈົນການພັດທະນາສິນລະປະກຳທີ່ກ່ຽວຂ້ອງ ຫຼື ການພັດທະນາການຕັ້ງຖິ່ນຖານຂອງມະນຸດ ເຊິ່ງໄດ້ເກີດຂື້ນໃນຊ່ວງ ເວລາໃດໜຶ່ງ ຫຼື ເທິງພື້ນທີ່ໃດໜຶ່ງ ຂອງໂລກເຊິ່ງໄດ້ຄົງໄວ້ດ້ານວັດທະນະທຳ.
(iii) ມີຄວາມຄິດ ຫຼື ຄວາມເຊື່ອທີ່ກ່ຽວຂ້ອງໂດຍກົງກັບເຫດການ ຫຼື ມີຄວາມໂດດເດັ່ນຢ່າງຍິ່ງໃນປະຫວັດສາດ.


ພາບຈາກ: trenwisata


ທີ່ມາ: Wikipedia

ມ່ວນ ແລະ ມັກຫົວຂໍ້ນີ້ບໍ?
 


 

 

gotop

"ສະບາຍດີອາຊຽນ"
ບ້ານ ໂພນຕ້ອງສະຫວາດ, ເມືອງຈັນທະບູລີ, ນະຄອນຫຼວງ
ຕິດຕໍ່ ແລະ ສົນໃຈລົງໂຄສະນາກັບພວກເຮົາໄດ້ທີ່
ໂທ: +856 2028038267
ອີເມວ: sabaideeasean@gmail.com
www.sabaideeAsean.com © 2016    ຂໍສະຫງວນລິຂະສິດ
      ຕິດຕາມພວກເຮົາໄດ້ທີ່:   social media
 

facebook twitter instagram youtube
Free Web Hosting