ສະຫມັກສະມາຊິກ
ສະຫມັກສະມາຊິກ
nth
                   Ads

ໂຕນເລສາບ ທະເລສາບນໍ້າຈືດຂອງກຳປູເຈຍ







ສຸກ, ວັນທີ 10 ມິຖຸນາ 2016, ເວລາ 16:20 ແລງ

ພາບຈາກ: Wikipedia

          ປະເທດກຳປູເຈຍມີທະເລສາບນ້ຳຈືດ ເຊິ່ງເກີດຈາກແມ່ນ້ຳຂອງຂະໜາດໃຫຍ່ທີ່ສຸດໃນອາຊີທີ່ຊື່ວ່າ:
“ໂຕນເລສາບ” (Tonle sap) ມີແມ່ນ້ຳຂອງໄຫຼຜ່ານຍາວ 500 ກິໂລແມັດ, ຈາກນັ້ນໄຫຼເຂົ້າສູ່ຫວຽດນາມລົງສູ່ທະເລຈີນໃຕ້ນັບວ່າ ເປັນແມ່ນ້ຳນາໆຊາດ ແລະ ເຊື່ອກັນວ່າປາບຶກເຊິ່ງເປັນປານ້ຳຈືດທີ່ໃຫຍ່ທີ່ສຸດໃນໂລກລອຍຕ້ານນ້ຳຈາກໂຕນເລສາບຂຶ້ນສູ່ປະເທດໄທ-ລາວ, ກ່ອນໄປ ປະສົມພັນທີ່ຈີນເຊິ່ງເປັນຕົ້ນແມ່ນໍ້າຂອງ.


ພາບຈາກ: rontravel

          ໂຕນເລສາບຢູ່ຫ່າງຈາກພະນົມເປັນປະມານ 100 ກິໂລແມັດ ລະດູທີ່ມີປະລິມານນ້ຳຝົນຫຼາຍ. ນ້ຳຖ້ວມເຖິງ 7,500 ຕາລາງກິໂລແມັດ, ເລິກເຖິງ 10 ແມັດ. ໂຕນເລສາບຄວບຄຸມພື້ນທີ່ 5 ແຂວງໄດ້ແກ່ ກຳປົງທຳ, ກຳປົງຊະນັງ, ໂພທິສັດ, ພຣະຕະບອງ ແລະ ສຽມຣຽບ. ໃນໂຕນເລສາບມີປາຊຸກຊຸມກວ່າ 300 ຊະນິດ.


ພາບຈາກ: senweltours

          ວິຖີຊີວິດພາຍໂຕນເລສາບຈະມີເຮືອນແພຂອງຊາວປະມົງພື້ນບ້ານເຊິ່ງດຳລົງຊີວິດຢູ່ກັບການຫາປາ ຈາກໂຕນເລສາບມາຂາຍ, ມີບ້ານພັກ ຮ້ານອາຫານ ແລະ ຮ້ານຂອງທີ່ລະນຶກນັກທ່ອງທ່ຽວ.


ພາບຈາກ: rdv-voyage

          ເວລາທ່ອງທ່ຽວການນັ່ງເຮືອທ່ອງທ່ຽວຊົມບັນຍາກາດຂອງໂຕນເລສາບຈະແບ່ງອອກເປັນ 2 ຊ່ວງ ຄື: ຊ່ວງເຊົ້າຊົມຕາເວັນຂຶ້ນ ແລະ ບັນຍາກາດຍາມເຊົ້າ ຫຼື ຊ່ວງບັນຍາກາດກ່ອນຕາເວັນລັບຟ້າ.


ພາບຈາກ: tourinsiemreap

ທີ່ມາ: Wikipedia

ມ່ວນ ແລະ ມັກຫົວຂໍ້ນີ້ບໍ?
 


 

 

gotop

"ສະບາຍດີອາຊຽນ"
ບ້ານ ໂພນຕ້ອງສະຫວາດ, ເມືອງຈັນທະບູລີ, ນະຄອນຫຼວງ
ຕິດຕໍ່ ແລະ ສົນໃຈລົງໂຄສະນາກັບພວກເຮົາໄດ້ທີ່
ໂທ: +856 2028038267
ອີເມວ: sabaideeasean@gmail.com
www.sabaideeAsean.com © 2016    ຂໍສະຫງວນລິຂະສິດ
      ຕິດຕາມພວກເຮົາໄດ້ທີ່:   social media
 

facebook twitter instagram youtube
Free Web Hosting