ສະຫມັກສະມາຊິກ
ສະຫມັກສະມາຊິກ
nth
                   Ads

ມັດສະຢິດສຸລະຕ່ານ ໂອມາ ອາລີ ໄຊຟຸດດິນ ທີ່ບຣູໄນ







ສຸກ, ວັນທີ 10 ມິຖຸນາ 2016, ເວລາ 11:20 ເຊົ້າ

ພາບຈາກ: intellivoire

          ມັດສະຢິດສຸລະຕ່ານ ໂອມາ ອາລີ ໄຊຟຸດດິນ (Sultan Omar Ali Saifuddien Mosque) ເປັນມັດສະຢິດໃຈກາງເມືອງຫຼວງ ບັນດາເສລີ ເບກາວັນ ສຳລັບຊື່ຂອງມັດສະຢິດນັ້ນຕັ້ງຂຶ້ນເພື່ອເປັນກຽດແກ່ສຸລະຕ່ານ ໂອມາ ອາລີ ໄຊຟຸດດິນ ເຊິ່ງເປັນພະລາຊາອົງທີ 28 ຂອງບຣູໄນ. ຕັ້ງຢູ່ຕິດກັບ ແມ່ນໍ້າບຣູໄນ, ມີສະຖາປັດຕະຍະກຳທີ່ໂດດເດັ່ນ ແລະ ສວຍງາມຫຼາຍທີ່ສຸດແຫ່ງໜຶ່ງຂອງໂລກ ພາຍນອກມີສັນຍາລັກທີ່ເດັ່ນຊັດຄື ໂດມທອງຄຳທີ່ຕັ້ງສະ ຫງ່າຢູ່ເທິງຍອດສູງສຸດຂອງມັດສະຢິດ, ຫໍອະຊັນຫີນອ່ອນ, ພາຍໃນມັດສະຢິດປະດັບປະດາດ້ວຍຫີນອ່ອນ ແລະ ກະເບື້ອງສີຢ່າງຮຽບງ່າຍ ເຊິ່ງເໝາະສົມສຳ ລັບສະຖາທີ່ການສວດມົນຂໍພອນ ແລະ ຍັງໃຊ້ເປັນເວທີປະກວດການອ່ານຄຳພີອັນກຸຣະອ່ານ.


ພາບຈາກ: prayforyourself

          ງານສະຖາປັດຕະຍະກຳແຫ່ງມັດສະຢິດແຫ່ງນີ້ເປັນການປະສົມປະສານລະຫວ່າງສະຖາປັດຕະຍະກຳແບບອິດສະລາມ ກັບ ສະຖາປັດຕະຍະກຳ ແບບອີຕາລີ ໄດ້ຮັບການຂະໜານນາມວ່າ “ມິນິ ທັຊມາຮາລ” ເຊິ່ງອອກແບບໂດຍ Gavalierre Rudolfo Nolli ຊາວອີຕາລີ, ບໍລິເວນດ້ານໜ້າຂອງ ມັດສະຢິດ ເປັນທະເລສາບຂະໜາດໃຫຍ່, ມີການຈຳລອງເຮືອແບບພະລາຊາພິທີມາປະດັບປະດາ ເຊິ່ງຖືເປັນຈຸດເດັ່ນຢ່າງໜຶ່ງ, ສະພາບແວດລ້ອມຂອງ ມັດສະຢິດແຫ່ງນີ້ ພາຍນອກອ້ອມຮອບໄປດ້ວຍພັນໄມ້ນານາຊະນິດ ເຊິ່ງເປັນສັນຍາລັກທີ່ສະແດງເຖິງດິນແດນຂອງສະຫວັນ, ມີຂົວຂ້າມແມ່ນໍ້າຈາກ ມັດສະຢິດໄປຮອດໝູ່ບ້ານນໍ້າ ກຳປົງ ອາເຢີ.


ພາບຈາກ: bt

          ມັດສະຢິດແຫ່ງນີ້ເປັນສູນລວມສັດທາຂອງຊາວມຸດສະລິມໃນປະເທດບຣູໄນ ເຊິ່ງຈະເຂົ້າມາປະກອບພິທີກຳທາງສາສະໜາ ແລະ ໃນເດືອນສຳ ຄັນຂອງການປະຕິບັດຕາມຫຼັກຄຳສອນຂອງສາສະໜາທີ່ຈະໃຫ້ຜູ້ທີ່ເປັນມຸດສະລິມທຸກຄົນ ເຂົ້າໃຈເຖິງຄວາມອົດຢາກຂອງຜູ້ອື່ນ ຈຶ່ງໃຫ້ຊາວມຸດສະ ລິມຖືສິນອົດຄື: ງົດການກິນອາຫານໃນຊ່ວງຕາເວັນຂຶ້ນ ຈົນກະທັ່ງຕາເວັນຕົກແລງ ແລະ ບໍ່ກ່ຽວຂ້ອງກັບອະບາຍຍະມຸກໃດໆ, ຊາວມຸດສະລິມໃນປະ ເທດບຮູໄນຈະໃຫ້ຄວາມສຳຄັນກັບປະເພນີທາງສາສະໜານີ້ ເຮັດໃຫ້ມັດສະຢິດສຸລະຕ່ານ ໂອມາ ອາລີ ໄຊຟຸດດິນ ເຕັມໄປດ້ວຍຜູ້ຄົນທີ່ມາປະຕິບັດ ສາສະນະກິດໃນຊ່ວງສິນອົດຢ່າງໜາແໜ້ນ, ກ່າວໄດ້ວ່າ ມັດສະຢິດສຸລະຕ່ານ ໂອມາ ອາລີ ໄຊຟຸດດິນ ເປັນສູນລວມຈິດວິນຍານຂອງຊາວມຸດສະ ລິມປະເທດບຣູໄນ.

ທີ່ມາ: bt

ມ່ວນ ແລະ ມັກຫົວຂໍ້ນີ້ບໍ?
 


 

 

gotop

"ສະບາຍດີອາຊຽນ"
ບ້ານ ໂພນຕ້ອງສະຫວາດ, ເມືອງຈັນທະບູລີ, ນະຄອນຫຼວງ
ຕິດຕໍ່ ແລະ ສົນໃຈລົງໂຄສະນາກັບພວກເຮົາໄດ້ທີ່
ໂທ: +856 2028038267
ອີເມວ: sabaideeasean@gmail.com
www.sabaideeAsean.com © 2016    ຂໍສະຫງວນລິຂະສິດ
      ຕິດຕາມພວກເຮົາໄດ້ທີ່:   social media
 

facebook twitter instagram youtube
Free Web Hosting